-
Details
-
Written by ພະແນກ ຂໍ້ມູນຂ່າວສານທີ່ດິນ
-
- ສະເໜີ ອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ແລະ ຄູ່ມືດ້ານວິຊາການ ກ່ຽວກັບວຽກງານການຄຸ້ມຄອງ, ການບໍລິຫານທີ່ດິນ, ການຈັດສັນ, ວາງແຜນການນຳໃຊ້ ແລະ ພັດທະນາທີ່ດິນ ຕາມຂອບເຂດສິດຂອງຕົນ;
- ເຊີນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂນດນໍາສົ່ງ, ບົດລາຍງານ, ບົດບັນທຶກແລະ ອື່ນໆທີ່ກ່ຽວຂ້ອງກັບພາລະບົດບາດຂອງກົມ;
- ຈັດກອງປະຊຸມ ຫຼື ເຂົ້າຮ່ວມປະຊຸມ ນຳພາກສ່ວນພາຍໃນ ແລະ ພາຍນອກ ທີ່ກ່ຽວຂ້ອງ ແນໃສ່ເເກ້ໄຂບັນຫາຕ່າງໆ ຕາມໜ້າທີ່ຂອງກົມ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ; ສະໜອງ ແລະແລກປ່ຽນຂໍ້ມູນຂ່າວສານ ແລະ ພາກສ່ວນຕ່າງໆ;
- ແຕ່ງຕັ້ງ ແລະ ສະເໜີແຕ່ງຕັ້ງພະນັກງານ ພາຍໃນກົມ ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມ,ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
- ສະເໜີຂັ້ນເທິງພິຈາລະນາ ກ່ຽວກັບ ການອອກອະນຸຍາດ, ສັ່ງໂຈະ ຫຼື ຍົກເລີກກິດຈະກໍາໃດໜຶ່ງກ່ຽວກັບການຄຸ້ມຄອງ, ການບໍລິຫານທີ່ດິນ, ການຈັດສັນ, ວາງແຜນການນໍາໃຊ້ ແລະ ພັດທະນາທີ່ດິນ;
- ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບ ການຄຸ້ມຄອງ, ການບໍລິຫານທີ່ດິນ, ການຈັດສັນ, ວາງແຜນການນຳໃຊ້ ແລະ ພັດທະນາທີ່ດິນ;
- ສະເໜີວ່າຈ້າງຊ່ຽວຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍແຫຼ່ງທຶນຂອງ ໂຄງການ ເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ;
- ຄຸ້ມຄອງ, ນຳໃຊ້ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານ ຕາມລະບຽບການ;
- ສະເໜີ ແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ;
- ປະຕິບັດສິດອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະມົນຕີ.
063806
Today
Yesterday
This Week
Last Week
This Month
Last Month
All days
Your IP: 35.172.164.32
2023-06-04 10:43