ໃນຕອນເຊົ້າວັນທີ 13 ພືດສະພາ 2020 ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ.  ກົມທີ່ດິນ ກຊສ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮູບແບບບົດສະເໜີໂຄງການທົດລອງ ແລະ ການປັບປຸງບັນດາຄູ່ມື ເພື່ອນໍາໃຊ້ໃນການຝຶກອົບຮົມກ່ຽວກັບວຽກງານການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໃສຢູ່ໃນເຂດ 3 ປະເພດປ່າ, ໂດຍການເປັນປະທານ ຂອງທ່ານ ຄິດລະໄຊ ກອກມີລາ ຮອງກົມທີ່ດິນ ກຊສ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 28 ທ່ານ ຍິງ 9 ທ່ານ. ມາຈາກກົມທີ່ດິນ ກຊສ, ກະຊວງກະສິກໍາ ແລະ ປ່າໄມ້, ແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງ ແລະ ອົງການ NGO ກອງປະຊຸມໄດ້ມີການນໍາສະເໜີບົດຮູບແບບຂອງໂຄງການ, ນໍາສະເໜີວຽກງານຈັດສັນທີ່ດິນຂັ້ນບ້ານ ແລະ ນໍາສະເໜີວຽກງານປະຊາສໍາພັນການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດ 3 ປະເພດປ່າ ທີ່ເມືອງ ນາກາຍ, ເມືອງ ຫີນບູນ ແລະ  ເມືອງ ເຊບັ້ງໄຟ ແຂວງ ຄຳມວ່ນ.

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2020 ທີ່ຫ້ອງປະຊຸມກົມທີ່ດິນ ໄດ້ມີການຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກໃໝ່ (ສໍາຮອງ) ພາຍໃຕ້ການເປັນປະທານຂອງ ສະຫາຍ ອານົງສອນ ພົມມະຈັນ ຮັກສາການເລຂາຄະນະພັກຮາກຖານກົມທີ່ດິນ, ມີຕາງໜ້າໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ກົມນິຕິກໍາ, ພ້ອມດ້ວຍຕາງໜ້າໜ່ວຍພັກພາຍໃນຄະນະພັກຮາກຖານກົມທີ່ດິນ ເຂົ້າຮ່ວມ.

 

ໃນຕອນເຊົ້າຂອງວັນທີ 23 ມີນາ 2020 ທີ່ຫ້ອງປະຊຸມ ກຊສ ໄດ້ມີພິທີ ມອບ-ຮັບວຽກ ລະຫວ່າງ ຫົວໜ້າກົມ ຜູ້ເກົ່າ ແລະ ວ່າການຫົວໜ້າກົມ ຜູ້ໃໝ່ ໂດຍການເຂົ້າຮ່ວມ ຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມທັງຄະນະພະແນກຂອງກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນຕອນເຊົ້າຂອງວັນທີ 16 ມີນາ 2020 ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການປະກາດການຈັດຕັ້ງຊັບຊ້ອນ ຄະນະ ກົມຈຳນວນໜຶ່ງ, ເປັນກຽດເຂົ້າຮ່ວມ ໃນພິທີດັ່ງກ່າວ ມີ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກນັ້ນ ຍັງມີບັນດາຮອງລັດຖະມົນຕີ, ບັນດາເລຂາໜ່ວຍ ພັກ ແລະ ຕາງໜ້າ ແຕ່ລະກົມກອງຕະຫຼອດເຖິງ ພະ ນັກງານລັດຖະກອນພາຍໃນກະຊວງ ເຂົ້າຮ່ວມຢ່າງ ພ້ອມພຽງ.

Subcategories