1. ຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ບັນດານະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການ ກ່ຽວກັບ ການຄຸ້ມຄອງ, ການບໍລິຫານ, ການຈັດສັ້ນ, ການວາງແຜນ ການນຳໃຊ້ ແລະ ການພັດທະນາທີ່ດິນ, ໂດຍຫັນເປັນແຜນງານ, ໂຄງການລະອຽດ ພ້ອມທັງຄົ້ນຄວ້າຈັດຫາແຫຼ່ງທຶນສະເໜີຂັ້ນເທິງພິຈາລະນາ ເພື່ອດໍາເນີນໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດ;
  2. ສົມທົບກັບກົມນິຕິກໍາ ຄົ້ນຄວ້າ ແລະ ສະເໜີຂັ້ນເທິງພິຈາລະນາສ້າງ ແລະ ປັບປຸງ ນະໂຍບາຍ, ວິໄສທັດ,ຍຸດທະສາດ, ນິຕິກໍາກ່ຽວກັບ ການຄຸ້ມຄອງ, ການບໍລິຫານ, ການຈັດສັນ, ການວາງແຜນການນຳໃຊ້ ແລະການພັດທະນາທີ່ດິນ; ແກ້ໄຂປັບປຸງກົນໄກ ແລະ ລະບຽບການຕ່າງໆ ໃຫ້ສອດຄ່ອງກັບສະພາບ ແລະ ຈຸດພິເສດຕົວຈິງ ໃນແຕ່ລະໄລຍະ;
  3. ໂຄສະນາເຜີຍແຜ່ ບັນຕານະໂຍບາຍ, ວິໄສກິຕ, ຍຸດທະສາດ,ກົດໝາຍ, ລະບຽບການຕ່າງໆ, ແລະ ຄູ່ມືທາງດ້ານວິຊາການ ກ່ຽວກັບ ການຄຸ້ມຄອງ, ການບໍລິຫານ, ການຈັດສັນ, ການວາງແຜນ ການນໍາໃຊ້ ແລະ ການພັດທະນາທີ່ດິນ ຢ່າງກ້ວາງຂວາງ;
  4. ສົມທົບກັບກົມສິ່ງແວດລ້ອມ, ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຂັ້ນແຂວງ,ນະຄອນຫຼວງ ໃນການສ້າງ ແລະ ປັບປຸງ ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແບບຮອບດ້ານ ໃນແຕ່ລະໄລຍະ ພ້ອມທັງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດແຜນດັ່ງກ່າວ ໃຫ້ໄປຕາມແຜນທີ່ກໍານົດໄວ້;
  5. ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນທີ່ດິນ, ທີ່ຢູ່ໃນການຄຸ້ມຄອງການນຳໃຊ້ທີ່ດິນຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ແລ້ວສັງລວມລາຍງານ ຂັ້ນເທິງ;
  6. ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ປະເມີນຜົນການຈັດຕັ້ງປະຕິບັດ.ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນການນຳໃຊ້ທີ່ດິນ ຕາມແຜນແມ່ບົດ ຈັດສັນທີ່ດິນ ຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນແຕ່ລະໄລຍະ ລວມທັງຫົບທວນການປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ທຸກຫ້າ ປີ ແລ້ວລາຍງານຕໍ່ຂັ້ນເທິງ;
  7. ສົມທົບກັບ ຂະແໜງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການການຄຸ້ມຄອງທີ່ດິນລັດເເບບລວມສູນ, ການພັດທະນາທີ່ດິນ, ການຫັນທີ່ດິນເປັນຕົ້ນ, ການອະນຸຍາດໃຫ້ເຊົ່າ ແລະ ສໍາປະທານທີ່ດິນລັດ;
  8. ປະສານ, ສະໜອງຂໍ້ມູນ ກັບຂະແໜງການເງິນ ແລະ ຂະແໜງການກ່ຽວຂ້ອງ ໃນການຈົດທະບຽນການເຄື່ອນໄຫວ ແລະ ປ່ຽນແປງສິດນຳໃຊ້ທີ່ດິນ, ທຸລະກຳກ່ຽວກັບທີ່ດິນ, ອາກອນລາຍໄດ້ ຈາກການຊື້-ຂາຍສິດນໍາໃຊ້ທີ່ດິນ, ຄ່າຄໍານຽມການນຳໃຊ້ທີ່ດິນປະຈໍາປີ (ພາສີທີ່ດິນ), ການເຊົ່າ-ສໍາປະທານທີ່ດິນລັດ;ແລະ ການຫັນສິດໃຊ້ທີ່ດິນລັດ ແລະ ອະນຸຍາດສິດໃຊ້ທີ່ດິນລັດ ແລະ ຄ່າຫັນປ່ຽນປະເພດທີ່ດິນ;
  9. ຊຸກຍູ້ ການປະຕິບັດໜ້າທີ່ວິຊາສະເພາະ ຂອງຂະແໜງການສາຍຕັ້ງຂັ້ນທ້ອງຖິ່ນ ວຽກງານການຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນການນຳໃຊ້ທີ່ດິນ, ການພັດທະນາທີ່ດິນ, ການຫັນປ່ຽນປະເພດທີ່ດິນ, ການສ້າງແຜນທີ່ຕາດິນ ແລະຂຶ້ນສໍາມະໂນທີ່ດິນ, ປະເມີນລາຄາທີ່ດິນ, ຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນ ແລະ ການຂຶ້ນທະບຽນທີ່ດິນປຸກສ້າງຕອນໂດມີນຽມ;
  10. ສ້າງ, ພັດທະນາ ແລະ ຄຸ້ມຄອງລະບົບຖານຂໍ້ມູນລວມ ກ່ຽວກັບທີ່ດິນ, ມອບໃຫ້ ຂະແໜງການທ້ອງຖິ່ນນໍາໃຊ້ ໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນການຫັນປ່ຽນຂໍ້ມູນທີ່ດິນຈາກລະບົບເຈ້ຍໃຫ້ກາຍເປັນລະບົບຖານຂໍ້ມູນທີ່ດິນ (Digital) ທີ່ທັນສະໄໝ ແລະ ສາມາດສະໜອງຂໍ້ມູນດັ່ງກ່າວ ໃຫ້ສູນຂໍ້ມູນລວມຂອງສູນກາງ ເພື່ອກ້າວໄປສູ່ການບໍລິການທາງດ້ານຂໍ້ມູນຂ່າວສານກ່ຽວກັບທີ່ດິນ ດ້ວຍການນໍາໃຊ້ລະບົບເທັກໂນໂລຊີຂໍ້ມູນຂ່າວສານທີ່ດິນແບບທັນສະໄໝ;
  11. ຄົ້ນຄວ້າ ແລະ ນຳສະເໜີການສ້າງຮູບແບບຂອງສູນບໍລິການທີ່ດິນ ທີ່ທັນສະໄໝ, ສາມາດໃຫ້ບໍລິການຮັບໃຊ້ໃຫ້ປະຊາຊົນເປັນລະບົບດີຈີຕອນ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ;
  12. ຄູ້ມຄອງ ແລະ ອອກໃບອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະຜູ້ປະກອບການດ້ານການຊື້-ຂາຍອະລັງຫາລິມະຊັບ ແລະ ວຽກງານການສໍາຫຼວດວັດແທກສ້າງແຜນທີ່ຕາດິນ ຕາມສາຍຕັ້ງວິຊາການ;
  13. ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ຂຶ້ນແຜນກຳນົດກໍ່ສ້າງພະນັກງານ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ໃຫ້ແກ່ພະນັກງານ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ກ່ຽວກັບ ວຽກ.ງານ ການຄຸ້ມຄອງ, ບໍລິຫານທີ່ດິນ, ການຈັດສັນ, ວາງແຜນ ການນຳໃຊ້ທີ່ດິນ ແລະ ພັດທະນາທີ່ດິນ ເພື່ອສາມາດຕອບສະໜອງຕາມຄວາມຕ້ອງການ ຂອງວຽກງານ ໃນແຕ່ລະໄລຍະ;
  14. ປະເມີນ ແລະ ຕິດຕາມກວດກາການປະຕິບັດວຽກງານ ຂອງພະແນກສາຍຕັ້ງ ຂັ້ນທ້ອງຖິ່ນ ກ່ຽວກັບວຽກງານການສ້າງຖານຂໍ້ມູນທີ່ດິນ, ການຂຶ້ນທະບຽນອອກໃບຕາດິນ, ການສ້າງສໍາມະໂນທີ່ດິນ,ໃບຢັ້ງຢືນການນຳໃຊ້ທີ່ດິນ, ການພັດທະນາທີ່ດິນ, ການຫັນປ່ຽນປະເພດທີ່ດິນ, ປະເມີນລາຄາທີ່ດິນ, ຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນ ແລະ ການຂຶ້ນທະບຽນທີ່ດິນປູກສ້າງຄອນໂດມິນຽມ;
  15. ເຂົ້າຮ່ວມໃນຄະນະວິຊາການ ເພື່ອຄົ້ນຄວ້າ ປະກອບຄຳເຫັນ ແລະ ສະໜອງຂໍ້ມູນດ້ານທີ່ດິນ ໃນການພິຈາລະນາອະນຸມັດໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃຫ້ແກ່ ຄະນະກໍາມະການສົ່ງເສົມ ແລະຄຸ້ມຄອງການລົງທຶນ ຂັ້ນສູນກາງ;
  16. ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການມີສ່ວນຮ່ວມ ໃນວຽກງານການຄຸ້ມຄອງ, ການບໍລິຫານທີ່ດິນ, ຈັດສັນທີ່ດິນ, ການວາງແຜນ ການນຳໃຊ້ ແລະ ພັດທະນາທີ່ດິນ;
  17. ພົວພັນຮ່ວມມືກັບບັນດາປະເທດອະນຸພາກພື້ນ, ພາກພື້ນ ແລະ ສາກົນເພື່ອຂົນຂວາຍການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຊ່ວຍເຫຼືອ ກ່ຽວກັບ ການຄຸ້ມຄອງ, ການບໍລິຫານທີ່ດິນ, ການຈັດສັນ,ວາງແຜນການ ນໍາໃຊ້ ແລະພັດທະນາທີ່ດິນ;
  18. ເກັບ-ມອບຄ່າທຳນຽມ ແລະ ຄ່າບໍລິການ ພ້ອມທັງ ສ້າງແຜນນໍາໃຊ້ ລາຍຮັບວິຊາການ ຈາກການສຳຫຼວດ-ວັດແທກ ແລະ ການບໍລິການຂໍ້ມູນຂ່າວສານ ກ່ຽວກັບ ທີ່ດິນ ຕາມສາຍຕັ້ງວິຊາການ ແລະ ລະບຽບ ກົດໝາຍທີ່ກຳນົດ;
  19. ນຳສະເຫນີຂັ້ນເທິງປັບປຸງກົງຈັກການຈັດຕັ້ງຂອງກົມ, ຄຸ້ມຄອງ, ກໍານົດຕຳແໜ່ງງານ, ສ້າງແຜນການດຳລົງ,ກໍ່ສ້າງ, ສັບຊ້ອນພະນັກງານ-ລັດຖະກອນ ລວມທັງ ການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນຂອງກົມ ຕາມລະບຽບທີ່ກໍານົດ;
  20. ຄຸ້ມຄອງ, ບໍ່ລິຫານການເງິນ, ຊັບສິນ, ເອກະສານຂອງກົມ ແລະ ພ້ອມທັງຂື້ແຜນການ, ງົບປະມານ,ຈັດຊື້-ຈັດຈ້າງ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ ຕໍ່ລັດຖະມົນຕີ ເປັນແຕ່ລະໄລຍະ;
  21. ປະຕິບັດໜ້າທີ່ ອີ່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະມົນຕີ.