ໃນຕອນເຊົ້າວັນທີ 13 ພືດສະພາ 2020 ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ.  ກົມທີ່ດິນ ກຊສ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮູບແບບບົດສະເໜີໂຄງການທົດລອງ ແລະ ການປັບປຸງບັນດາຄູ່ມື ເພື່ອນໍາໃຊ້ໃນການຝຶກອົບຮົມກ່ຽວກັບວຽກງານການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໃສຢູ່ໃນເຂດ 3 ປະເພດປ່າ, ໂດຍການເປັນປະທານ ຂອງທ່ານ ຄິດລະໄຊ ກອກມີລາ ຮອງກົມທີ່ດິນ ກຊສ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 28 ທ່ານ ຍິງ 9 ທ່ານ. ມາຈາກກົມທີ່ດິນ ກຊສ, ກະຊວງກະສິກໍາ ແລະ ປ່າໄມ້, ແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງ ແລະ ອົງການ NGO ກອງປະຊຸມໄດ້ມີການນໍາສະເໜີບົດຮູບແບບຂອງໂຄງການ, ນໍາສະເໜີວຽກງານຈັດສັນທີ່ດິນຂັ້ນບ້ານ ແລະ ນໍາສະເໜີວຽກງານປະຊາສໍາພັນການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດ 3 ປະເພດປ່າ ທີ່ເມືອງ ນາກາຍ, ເມືອງ ຫີນບູນ ແລະ  ເມືອງ ເຊບັ້ງໄຟ ແຂວງ ຄຳມວ່ນ.