ກົມ ທີ່ດິນ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ກົມທີ່ດິນ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະ ກົມ ທີ່ດິນ
      • ພະແນກ ສັງລວມ
      • ພະແນກ ສໍາຫຼວດ-ວັດແທກທີ່ດິນ ແລະ ຈັດສັນທີ່ດິນ
      • ພະແນກ ຂໍ້ມູນຂ່າວສານທີ່ດິນ
      • ພະແນກ ທະບຽນ ແລະ ປະເມີນລາຄາທີ່ດິນ
      • ພະແນກ ຄຸ້ມຄອງ ແລະ ພັດທະນາທີ່ດິນລັດ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ນິຕິກຳ
    • ຂໍ້ຕົກລົງ
    • ແບບຟອມ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ

ກອງປະຊຸມປຶກສາຫາຫລືໂຄງການ MRLG

ໃນຕອນເຊົ້າວັນທີ 13 ພືດສະພາ 2020 ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ.  ກົມທີ່ດິນ ກຊສ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮູບແບບບົດສະເໜີໂຄງການທົດລອງ ແລະ ການປັບປຸງບັນດາຄູ່ມື ເພື່ອນໍາໃຊ້ໃນການຝຶກອົບຮົມກ່ຽວກັບວຽກງານການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໃສຢູ່ໃນເຂດ 3 ປະເພດປ່າ, ໂດຍການເປັນປະທານ ຂອງທ່ານ ຄິດລະໄຊ ກອກມີລາ ຮອງກົມທີ່ດິນ ກຊສ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 28 ທ່ານ ຍິງ 9 ທ່ານ. ມາຈາກກົມທີ່ດິນ ກຊສ, ກະຊວງກະສິກໍາ ແລະ ປ່າໄມ້, ແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງ ແລະ ອົງການ NGO ກອງປະຊຸມໄດ້ມີການນໍາສະເໜີບົດຮູບແບບຂອງໂຄງການ, ນໍາສະເໜີວຽກງານຈັດສັນທີ່ດິນຂັ້ນບ້ານ ແລະ ນໍາສະເໜີວຽກງານປະຊາສໍາພັນການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດ 3 ປະເພດປ່າ ທີ່ເມືອງ ນາກາຍ, ເມືອງ ຫີນບູນ ແລະ  ເມືອງ ເຊບັ້ງໄຟ ແຂວງ ຄຳມວ່ນ.

Read more: ກອງປະຊຸມປຶກສາຫາຫລືໂຄງການ MRLG

ກົມທີ່ດິນ ຮັບສະມາຊິກພັກໃໝ່

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2020 ທີ່ຫ້ອງປະຊຸມກົມທີ່ດິນ ໄດ້ມີການຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກໃໝ່ (ສໍາຮອງ) ພາຍໃຕ້ການເປັນປະທານຂອງ ສະຫາຍ ອານົງສອນ ພົມມະຈັນ ຮັກສາການເລຂາຄະນະພັກຮາກຖານກົມທີ່ດິນ, ມີຕາງໜ້າໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ກົມນິຕິກໍາ, ພ້ອມດ້ວຍຕາງໜ້າໜ່ວຍພັກພາຍໃນຄະນະພັກຮາກຖານກົມທີ່ດິນ ເຂົ້າຮ່ວມ.

Read more: ກົມທີ່ດິນ ຮັບສະມາຊິກພັກໃໝ່

ພິທີ ມອບ ຮັບວຽກ ລະຫວ່າງ ຫົວໜ້າກົມ ຜູ້ເກົ່າ ແລະ ວ່າການຫົວໜ້າກົມ ຜູ້ໃໝ່

 

ໃນຕອນເຊົ້າຂອງວັນທີ 23 ມີນາ 2020 ທີ່ຫ້ອງປະຊຸມ ກຊສ ໄດ້ມີພິທີ ມອບ-ຮັບວຽກ ລະຫວ່າງ ຫົວໜ້າກົມ ຜູ້ເກົ່າ ແລະ ວ່າການຫົວໜ້າກົມ ຜູ້ໃໝ່ ໂດຍການເຂົ້າຮ່ວມ ຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມທັງຄະນະພະແນກຂອງກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

Read more: ພິທີ ມອບ ຮັບວຽກ ລະຫວ່າງ ຫົວໜ້າກົມ ຜູ້ເກົ່າ ແລະ ວ່າການຫົວໜ້າກົມ ຜູ້ໃໝ່

ກຊສ ປະກາດການຈັດຕັ້ງຊັບຊ້ອນຄະນະນຳຂັ້ນກົມ

ໃນຕອນເຊົ້າຂອງວັນທີ 16 ມີນາ 2020 ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການປະກາດການຈັດຕັ້ງຊັບຊ້ອນ ຄະນະ ກົມຈຳນວນໜຶ່ງ, ເປັນກຽດເຂົ້າຮ່ວມ ໃນພິທີດັ່ງກ່າວ ມີ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກນັ້ນ ຍັງມີບັນດາຮອງລັດຖະມົນຕີ, ບັນດາເລຂາໜ່ວຍ ພັກ ແລະ ຕາງໜ້າ ແຕ່ລະກົມກອງຕະຫຼອດເຖິງ ພະ ນັກງານລັດຖະກອນພາຍໃນກະຊວງ ເຂົ້າຮ່ວມຢ່າງ ພ້ອມພຽງ.

Read more: ກຊສ ປະກາດການຈັດຕັ້ງຊັບຊ້ອນຄະນະນຳຂັ້ນກົມ

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການຄຸ້ມຄອງທີ່ດິນ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ

ໃນຕອນເຊົ້າ ຂອງວັນທີ 29 ມັງກອນ 2019 ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງທີ່ດິນ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ຂື້ນທີ່ກະຊວງ ດັ່ງກ່າວ. ໂດຍໃຫ້ກຽດ ກ່າວເປີດພິທີ ແລະ ກ່າວຕ້ອນຮັບ ຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ. ໃນນີ້ ໄດ້ມີການເຂົ້າຮ່ວມ ຂອງ ທ່ານ ກຽດຕິຄຸນ ຊາດປະເສີດ, ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ທ່ານ ປຣະຍູນ ລັດຕະນະເສນີ, ອະທິບໍດີ ກົມທີ່ດິນ, ກະຊວງ ມະຫາດໄທ ແຫ່ງ ຮາຊະອານາຈັກໄທ ພ້ອມດ້ວຍຄະນະເຂົ້າຮ່ວມ, ຜູ້ຕ່າງຫນ້າ ຈາກສະພາແຫ່ງຊາດ, ຫົວຫນ້າກົມກອງ ພາຍໃນ ກຊສ ພ້ອມດ້ວຍບັນດາ ກະຊວງ ອ້ອມຂ້າງທີ່ກ່ຽວຂ້ອງ. ກອງປະຊຸມ ໄດ້ຈັດຂື້ນ ລະຫວ່າງ ວັນທີ 29-30 ມັງກອນ 2019 ໂດຍໄດ້ມີ ຫົວຂໍ້ ທີ່ມາແລກປ່ຽນ ມີຄື:

Read more: ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການຄຸ້ມຄອງທີ່ດິນ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ

  1. ການຂຶ້ນທະບຽນອອກໃບຕາດິນໃນ ປີ 2018 ໄດ້ລື່ນແຜນເຖິງ 131%

Page 1 of 2

  • 1
  • 2
  • You are here:  
  • Home

Latest Articles

  • ກອງປະຊຸມປຶກສາຫາຫລືໂຄງການ MRLG
  • ກົມທີ່ດິນ ຮັບສະມາຊິກພັກໃໝ່
  • ທີ່ຕັ້ງ ແລະ ພາລະບົດບາດຂອງກົມທີ່ດິນ
  • ພະແນກ ຄຸ້ມຄອງ ແລະ ພັດທະນາທີ່ດິນລັດ
  • ພະແນກ ສັງລວມ
  • ພະແນກ ຂໍ້ມູນຂ່າວສານທີ່ດິນ
  • ພະແນກ ສໍາຫຼວດ-ວັດແທກທີ່ດິນ ແລະ ຈັດສັນທີ່ດິນ
  • ພະແນກ ທະບຽນ ແລະ ປະເມີນລາຄາທີ່ດິນ
  • ຂອບເຂດສິດຂອງກົມທີ່ດິນ
  • ​ໜ້າ​ທີ່​ຂອງ​ກົມ​ທີ່​ດິນ

ສະຖິຕິຜູ້ເຂົ້າຊົມ

054694
Today
Yesterday
This Week
Last Week
This Month
Last Month
All days
52
43
125
54295
256
2070
54694

Your IP: 3.236.47.240
2023-02-07 18:24
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ກົມ ທີ່ດິນ