ກົມທີ່ດິນ ຂຽນຊື່ຫຍໍ້ວ່າ "ກທດ" ແມ່ນກົງຈັກໜຶ່ງ ຂື້ນກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະນຳກະຊວງ ໃນການຄຸ້ມຄອງມະຫາພາກກ່ຽວກັບການຄຸ້ມຄອງ, ການບໍລິການ, ຈັດສັນ, ການວາງແຜນການນຳໃຊ້ ແລະ ການພັດທະນາທີ່ດີິນ, ສວ່ນການຈັດຕັ້ງປະຕິບັດໜ້າວຽກວິຊາສະເພາະ ແມ່ນມອບໃຫ້ຂະແໝງສາຍຕັ້ງຂັ້ນທ້ອງຖິ່ນເປັນຜູ້ຮັບຜິດຊອບ ຕາມກົດໝາຍ ແລະ ລະບຽບການ.