ໃນຕອນເຊົ້າ ຂອງວັນທີ 29 ມັງກອນ 2019 ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງທີ່ດິນ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ຂື້ນທີ່ກະຊວງ ດັ່ງກ່າວ. ໂດຍໃຫ້ກຽດ ກ່າວເປີດພິທີ ແລະ ກ່າວຕ້ອນຮັບ ຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ. ໃນນີ້ ໄດ້ມີການເຂົ້າຮ່ວມ ຂອງ ທ່ານ ກຽດຕິຄຸນ ຊາດປະເສີດ, ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ທ່ານ ປຣະຍູນ ລັດຕະນະເສນີ, ອະທິບໍດີ ກົມທີ່ດິນ, ກະຊວງ ມະຫາດໄທ ແຫ່ງ ຮາຊະອານາຈັກໄທ ພ້ອມດ້ວຍຄະນະເຂົ້າຮ່ວມ, ຜູ້ຕ່າງຫນ້າ ຈາກສະພາແຫ່ງຊາດ, ຫົວຫນ້າກົມກອງ ພາຍໃນ ກຊສ ພ້ອມດ້ວຍບັນດາ ກະຊວງ ອ້ອມຂ້າງທີ່ກ່ຽວຂ້ອງ. ກອງປະຊຸມ ໄດ້ຈັດຂື້ນ ລະຫວ່າງ ວັນທີ 29-30 ມັງກອນ 2019 ໂດຍໄດ້ມີ ຫົວຂໍ້ ທີ່ມາແລກປ່ຽນ ມີຄື:

        ວຽກງານທີ່ດິນ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ໃນຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເວົ້າລວມແລ້ວດິນ ແມ່ນປັດໃຈສຳຄັນຕໍ່ຊະຕາກຳ ທີ່ຕັດສິນເຖິງຄວາມຍືນຍົງຄົງຕົວຂອງປະເທດຊາດ, ເພາະດິນມັນຕິດພັນກັບຊີວິດ-ສັງຄົມ ກໍ່ຄືການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າ ໃນທົ່ວປະເທດ, ສະນັ້ນ ລັດຖະບານ ຈຶ່ງໄດ້ຖືວຽກງານ ບູລິມະສິດ ທີ່ນອນຢູ່ໃນແຜນຍຸດທະສາດ ຂອງ ລັດຖະບານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.

Subcategories