Print

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2020 ທີ່ຫ້ອງປະຊຸມກົມທີ່ດິນ ໄດ້ມີການຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກໃໝ່ (ສໍາຮອງ) ພາຍໃຕ້ການເປັນປະທານຂອງ ສະຫາຍ ອານົງສອນ ພົມມະຈັນ ຮັກສາການເລຂາຄະນະພັກຮາກຖານກົມທີ່ດິນ, ມີຕາງໜ້າໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ກົມນິຕິກໍາ, ພ້ອມດ້ວຍຕາງໜ້າໜ່ວຍພັກພາຍໃນຄະນະພັກຮາກຖານກົມທີ່ດິນ ເຂົ້າຮ່ວມ.

ກອງປະຊຸມໄດ້ດຳເນີນຢ່າງເປັນທາງການ ໃນເວລາ 13:30 ໂມງ ໂດຍເລີ່ມຈາກການກ່າວເປີດພິທີ, ເຄົາລົບທຸງຊາດ ແລະ ໄຫວ່ອາໄລ ແລະ ແຈ້ງຈຸດປະສົງກອງປະຊຸມ ໂດຍຄະນະຈັດຕັ້ງພິທີ, ຈາກນັ້ນສະຫາຍ ອານົງສອນ ພົມມະຈັນ ຮັກສາການເລຂາຄະນະພັກຮາກຖານກົມທີ່ດິນ, ໄດ້ອ່ານມະຕິຕົກລົງວ່າດ້ວຍການອະນຸມັດຮັບເອົາສະມາຊິກພັກສໍາຮອງ ແລະ ກ່າວຮັບເອົາ ສະມາຊິກພັກສໍາຮອງ ທັງ 5 ສະຫາຍ ພ້ອມທັງມອບມະຕິຕົກລົງ ແລະ ກ່າວຄໍາໂອວາດຕັກເຕືອນ, ຫຼັງຈາກນັ້ນ ຕາງໜ້າສະມາຊິກພັກໃໝ່(ສໍາຮອງ) ຂື້ນຮັບຄໍາໂອວາດຕັກເຕືອນ ແລະ ກ່າວຄໍາປະຕິຍານຂອງຕົນຕໍ່ພັກ

ພິທີໄດ້ປິດລົງໃນເວລາ 15:00 ໂມງ 26 ພຶດສະພາ 2020.