Print

 

ໃນຕອນເຊົ້າຂອງວັນທີ 23 ມີນາ 2020 ທີ່ຫ້ອງປະຊຸມ ກຊສ ໄດ້ມີພິທີ ມອບ-ຮັບວຽກ ລະຫວ່າງ ຫົວໜ້າກົມ ຜູ້ເກົ່າ ແລະ ວ່າການຫົວໜ້າກົມ ຜູ້ໃໝ່ ໂດຍການເຂົ້າຮ່ວມ ຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມທັງຄະນະພະແນກຂອງກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ມີການ ມອບ-ຮັບວຽກ ລະຫວ່າງ

1. ທ່ານ ໄຊຍະເວດ ວິໄຊ, ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ (ຜູ້ເກົ່າ) ກັບ ທ່ານ ນາງ ທອງຈັນ ອະຄະມະເຂດ, ວ່າການ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ (ຜູ້ໃໝ່).

2. ທ່ານ ບຸນຕີ ເດດວົງສອນ ຫົວໜ້າ ກົມນິຕິກໍາ (ຜູ້ເກົ່າ) ກັບ ທ່ານ ອຸ່ນເຮືອນ ໄຊຍະຈັກ ເປັນ ວ່າການ ຫົວໜ້າ ກົມນິຕິກຳ (ຜູ້ໃໝ່).

3. ທ່ານ ໄຊຍະເວດ ວິໄຊ ວ່າການ ຫົວໜ້າ ກົມສິ່ງແວດລ້ອມ (ຜູ້ໃໝ່) ກັບ ທ່ານ ນາງ ພັກກາວັນ ພິດສະໄໝ ຮັກສາການ ຫົວໜ້າ ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຜູ້ເກົ່າ).

4. ທ່ານ ໄຊຍະເວດ ວິໄຊ ວ່າການ ຫົວໜ້າ ກົມສິ່ງແວດລ້ອມ (ຜູ້ໃໝ່) ກັບ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ຜູ້ເກົ່າ).

5. ທ່ານ ນາງ ສີສຸພັນ ຫຼວງລາດ ຫົວໜ້າ ກົມຄວບຄຸມມົນລະພິດ (ຜູ້ເກົ່າ) ກັບ ທ່ານ ໂລນຄໍາ ອາດສະນາວົງ ຫົວໜ້າ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ (ຜູ້ໃໝ່).

6. ທ່ານ ສັງຂານ ທ່ຽງທຳມະວົງ ຫົວໜ້າ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ (ຜູ້ເກົ່າ) ກັບ ທ່ານ ສີອຳພອນ ແສງຈັນດາລາ ວ່າການ ຫົວໜ້າ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ (ຜູ້ໃໝ່).

7. ທ່ານ ວົງເດືອນ ວົງສີຫາລາດ ຫົວໜ້າ ກົມທີ່ດິນ (ຜູ້ເກົ່າ) ກັບ ທ່ານ ອານົງສອນ ພົມມະຈັນ ວ່າການ ຫົວໜ້າ ກົມທີ່ດິນ (ຜູ້ໃໝ່).

8. ທ່ານ ຂັນມະນີ ຂຸນພົນ ຫົວໜ້າ ກົມອຸຕຸນິຍົມ ແລະ ອຸທົກກະສາດ (ຜູ້ເກົ່າ) ກັບ ທ່ານ ນາງ ອຸທອນ ເພັດຫຼວງສີ ວ່າການຫົວໜ້າ ກົມອຸຕຸນິຍົມ ແລະ ອຸທົກກະສາດ (ຜູ້ໃໝ່).

9. ທ່ານ ສີພັນດອນ ສີຫາວົງ ຫົວໜ້າ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຜູ້ເກົ່າ) ກັບ ທ່ານ ນາງ. ພັກກາວັນ ພິດສະໄໝ ວ່າການ ຫົວໜ້າ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຜູ້ໃໝ່).

ໃນໂອກາດນີ້ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ສະແດງຄວາມຊົມເຊີຍ ພ້ອມທັງຮຽກຮ້ອງໃຫ້ ບັນດາທ່ານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ ວຽກງານ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ຕາມທີ່ຂັ້ນເທິງ ກໍຄືການຈັດຕັ້ງ ມອບໝາຍໃຫ້ໄດ້ຮັບຜົນດີ ແລະ ໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.