Print

ໃນຕອນເຊົ້າຂອງວັນທີ 16 ມີນາ 2020 ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການປະກາດການຈັດຕັ້ງຊັບຊ້ອນ ຄະນະ ກົມຈຳນວນໜຶ່ງ, ເປັນກຽດເຂົ້າຮ່ວມ ໃນພິທີດັ່ງກ່າວ ມີ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກນັ້ນ ຍັງມີບັນດາຮອງລັດຖະມົນຕີ, ບັນດາເລຂາໜ່ວຍ ພັກ ແລະ ຕາງໜ້າ ແຕ່ລະກົມກອງຕະຫຼອດເຖິງ ພະ ນັກງານລັດຖະກອນພາຍໃນກະຊວງ ເຂົ້າຮ່ວມຢ່າງ ພ້ອມພຽງ.

ຈຸດປະສົງໃນການປະກາດການຈັດຕັ້ງໃນຄັ້ງນີ້ແມ່ນ ເພື່ອຊັບຊ້ອນພະນັກງານປ່ຽນແທນ ຜູ້ທີ່ໄປຮັບໜ້າທີ່ ໃໝ່ ແລະ ພະນັກງານການນຳຂັ້ນເລຂາໜ່ວຍພັກ, ຂັ້ນກົມທີ່ພັກຜ່ອນເຂົ້າຮັບບຳນານ.

ໃນພິທີ ທ່ານ ໄຊຍະເວດ ວິໄຊ ຄະນະປະຈຳພັກ ກະຊວງ, ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍພະນັກງານ ທີ່ມີຜົນງານປະກອບ ສ່ວນ ເຂົ້າໃນຜົນສຳເລັດຂອງ ກຊສ ໃນໄລຍະປີ 2015-2020 ແລະ ຜ່ານ ດຳລັດ ວ່າດ້ວຍ ການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳ ນານ ປະກອບມີ:
1. ທ່ານ ວົງເດືອນ ວົງສີຫາລາດ, ຫົວໜ້າກົມຄຸ້ມຄອງທີ່ດິນ.
2. ທ່ານ ສີພັນດອນ ສີຫາວົງ, ຫົວໜ້າກົມການເງິນ.
3. ທ່ານ ນ. ສີສຸພັນ ຫຼວງລາດ, ຫົວໜ້າກົມຄວບຄຸມ ມົນລະພິດ.
4. ທ່ານ ຂັນມະນີ ຂຸນພົນ, ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ.
5. ທ່ານ ສັງຂານ ທ່ຽງທຳມະວົງ, ຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ.
6. ທ່ານ ບຸນຕີ ເດດວົງສອນ, ຫົວໜ້າກົມນິຕິກຳ.

ໃນໂອກາດນີ້, ທ່ານ ຈັນສຸກ ມຸກດາວັນ ຮອງຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຜ່ານ ຂໍ້ຕົກລົງ ແຕ່ງຕັ້ງ ວ່າການ ຫົວໜ້າກົມ ປະກອບມີ:
1. ທ່ານ ໄຊຍະເວດ ວິໄຊ ເປັນ ວ່າການ ຫົວໜ້າ ກົມສິ່ງແວດລ້ອມ.
2. ທ່ານ ພູວົງ ຫຼວງໄຊຊະນະ ເປັນ ວ່າການ ຫົວໜ້າ ກົມແຜນການ ແລະ ການເງິນ.
3. ທ່ານ ໂລນຄຳ ອາດສະນາວົງ ເປັນ ວ່າການ ຫົວ ໜ້າ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ.
4. ທ່ານ ວິລະສັກ ຈຸນດາຣາ ເປັນ ວ່າການ ຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.
5. ທ່ານ ນ. ທອງຈັນ ອະຄະມາເຂດ ເປັນ ວ່າການ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ.
6. ທ່ານ ອຸ່ນເຮືອນ ໄຊຍະຈັກ ເປັນ ວ່າການ ຫົວໜ້າ ກົມນິຕິກຳ.
7. ທ່ານ ອານົງສອນ ພົມມະຈັນ ເປັນ ວ່າການ ຫົວ ໜ້າ ກົມທີ່ດິນ.
8. ທ່ານ ສີອຳພອນ ແສງຈັນດາລາ ເປັນ ວ່າການ ຫົວ ໜ້າ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ.
9. ທ່ານ ນ. ອຸທອນ ເພັດຫຼວງສີ ເປັນ ວ່າການ ຫົວ ໜ້າ ກົມອຸຕຸນິຍົມ ແລະ ອຸທົກກະສາດ.
10. ທ່ານ ນ. ພັກກາວັນ ພິດສະໄໝ ເປັນ ວ່າການ ຫົວໜ້າ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ.

ນອກນັ້ນ, ທ່ານ ຈັນສຸກ ມຸກດາວັນ ກໍໄດ້ຜ່ານ ຂໍ້ຕົກລົງແຕ່ງຕັ້ງ ຮອງຫົວໜ້າກົມ ປະກອບມີ:
1. ທ່ານ ຫົງທອງ ພູນສະຫວັດ ເປັນ ຮອງຫົວໜ້າ ຫ້ອງການ.
2. ທ່ານ ນ. ຄຳຟອງ ໂສຕາປະເສີດ ເປັນ ຮອງຫົວໜ້າ ກົມແຜນການ ແລະ ການເງິນ.
3. ທ່ານ ສຸກສະໝອນ ປະຖັມມະວົງ ເປັນ ຮອງຫົວ ໜ້າ ກົມແຜນການ ແລະ ການເງິນ.
4. ທ່ານ ທອງສຸກ ສິງຈັນທາ ເປັນ ຮອງຫົວໜ້າ ກົມ ແຜນການ ແລະ ການເງິນ.
5. ທ່ານ ວິລະນະ ສອນນະສິນ ເປັນ ຮອງຫົວໜ້າ ກົມ ແຜນການ ແລະ ການເງິນ.
6. ທ່ານ ສຸນະເດດ ສຸກຈະເລີນ ເປັນ ຮອງຫົວໜ້າ ກົມ ແຜນການ ແລະ ການເງິນ.
7. ທ່ານ ແສງມົວ ທາວເພຍຫຼວງ ເປັນ ຮອງຫົວໜ້າ ກົມ ນິຕິກຳ.
8. ທ່ານ ອໍລະຫັນ ບຸນຍະພະລົມ ເປັນ ຮອງຫົວໜ້າ ກົມສິ່ງແວດລ້ອມ.
9. ທ່ານ ນ. ຈິດຖະໜອມ ອຸ່ນສີດາ ເປັນ ຮອງຫົວໜ້າ ກົມສິ່ງແວດລ້ອມ.
10. ທ່ານ ວິລະພົນ ນວນແສງສີ ເປັນ ຮອງຫົວໜ້າ ກົມ ສິ່ງແວດລ້ອມ.
11. ທ່ານ ສຸດາໄຊ ຄຳເພັງສີ ເປັນ ຮອງຫົວໜ້າ ກົມ ສິ່ງແວດລ້ອມ.
12. ທ່ານ ນ. ສຸດາວີ ແກ້ວປະເສີດ ເປັນ ຮອງຫົວໜ້າ ກົມສິ່ງແວດລ້ອມ.
13. ທ່ານ ອາລຸນ ໄຊຍະວົງ ເປັນ ຮອງຫົວໜ້າ ກົມ ຄວບຄຸມ ແລະ ຕິດຕາມກວດກາມົນລະພິດ.
14. ທ່ານ ສີວັນນະກອນ ມະລີວັນ ເປັນ ຮອງຫົວໜ້າ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ.
15. ທ່ານ ເທວະຣັກ ພອນແກ້ວ ເປັນ ຮອງຫົວໜ້າ ກົມ ຄວບຄຸມ ແລະ ຕິດຕາມກວດກາມົນລະພິດ.
16. ທ່ານ ອາລິຍະສັກ ຕຸນາລົມ ເປັນ ຮອງຫົວໜ້າ ກົມ ຄວບຄຸມ ແລະ ຕິດຕາມກວດກາມົນລະພິດ.
17. ທ່ານ ນ. ບຸນຍະແສງ ແສງຄຳມີ ເປັນ ຮອງຫົວໜ້າ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ.
18. ທ່ານ ວຽງໄຊ ມະນີວົງ ເປັນ ຮອງຫົວໜ້າ ກົມ ອຸຕຸນິຍົມ ແລະ ອຸທົກກະສາດ.
19. ທ່ານ ນ. ວິຣະນີ ແສງຈັນທຣ໌ ເປັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ.
20. ທ່ານ ສິງສະຫວັນ ສິງກາວົງໄຊ ເປັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນ ທຳ ມະຊາດ ແລະ ສິ່ງແວດລ້ອມ.
21. ທ່ານ ນ. ເຊຕຸວັນ ພັນທະວົງສາ ເປັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.
22. ທ່ານ ອິດທິພົນ ຈັນທະມາລິນ ເປັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນ ທຳ ມະຊາດ ແລະ ສິ່ງແວດລ້ອມ.
23. ທ່ານ ເພັດສະໝອນ ດາລາລົມ ເປັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນ ທຳ ມະຊາດ ແລະ ສິ່ງແວດລ້ອມ.
24. ທ່ານ ລັດສະໝີ ວໍລະລາດ ເປັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.

ໃນໂອກາດນີ້ ທ່ານ ສົມມາດ ພົລເສນາ ກຳມະການ ສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ສະແດງຄວາມຊົມເຊີຍ ພ້ອມທັງຮຽກຮ້ອງ ໃຫ້ ບັນດາທ່ານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ປະຕິ ບັດໜ້າທີ່ ວຽກງານ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ຕາມທີ່ຂັ້ນ ເທິງກໍຄືການຈັດຕັ້ງ ມອບໝາຍໃຫ້ໄດ້ຮັບຜົນດີ ແລະ ໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.