ໃນຕອນເຊົ້າ ຂອງວັນທີ 29 ມັງກອນ 2019 ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງທີ່ດິນ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ຂື້ນທີ່ກະຊວງ ດັ່ງກ່າວ. ໂດຍໃຫ້ກຽດ ກ່າວເປີດພິທີ ແລະ ກ່າວຕ້ອນຮັບ ຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ. ໃນນີ້ ໄດ້ມີການເຂົ້າຮ່ວມ ຂອງ ທ່ານ ກຽດຕິຄຸນ ຊາດປະເສີດ, ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ທ່ານ ປຣະຍູນ ລັດຕະນະເສນີ, ອະທິບໍດີ ກົມທີ່ດິນ, ກະຊວງ ມະຫາດໄທ ແຫ່ງ ຮາຊະອານາຈັກໄທ ພ້ອມດ້ວຍຄະນະເຂົ້າຮ່ວມ, ຜູ້ຕ່າງຫນ້າ ຈາກສະພາແຫ່ງຊາດ, ຫົວຫນ້າກົມກອງ ພາຍໃນ ກຊສ ພ້ອມດ້ວຍບັນດາ ກະຊວງ ອ້ອມຂ້າງທີ່ກ່ຽວຂ້ອງ. ກອງປະຊຸມ ໄດ້ຈັດຂື້ນ ລະຫວ່າງ ວັນທີ 29-30 ມັງກອນ 2019 ໂດຍໄດ້ມີ ຫົວຂໍ້ ທີ່ມາແລກປ່ຽນ ມີຄື:

  1. ລະບົບການຈັດການທີ່ດິນ ຂອງ ສປປ ລາວ
  2. ຫລັກການຄຸ້ມຄອງທີ່ດິນຂອງລັດ ແລະ ທີ່ດິນ ພົນລະເມືອງ ໃນໄທ
  3. ການແບ່ງລະດັບ ການຄຸ້ມຄອງທີ່ດິນ ແຕ່ລະປະເພດ ແຕ່ລະຂະແຫນງການ ໃນໄທ
  4. ການແກ້ໄຂ ຂໍ້ຂັດແຍ່ງທີ່ດິນ ໃນໄທ
  5. ສິດທິຂອງຄົນຕ່າງປະເທດ ໃນເລື້ອງທີ່ດິນ ໃນໄທ
  6. ການຄຸ້ມຄອງ ອະສັງຫາລິມະຊັບ ລວມທັງກຳມະສິດ ຂອງຄົນຕ່າງປະເທດ ໃນຄອນໂດມີນຽມ, ອາພາດເມ້ນ, ແລະ ບ້ານໃນໄທ
  7. ການເຊົ່າ ແລະ ສຳປະທານ ທີ່ດິນ ຂອງຄົນຕ່າງປະເທດ ໃນໄທ
  8. Lands Maps/RTK
  9. ເສວະນາແລກປ່ຽນປະສົບການ ເລື້ອງທີ່ດິນ ຂອງ ທັງສອງປະເທດ
  10. ການປະເມີນ ລາຄາຊັບສິນພາກລັດໃນປະເທດໄທ